ຜາສາດຫີນວັດພູອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ:
ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ
ໂດຍເອົາຈອມ ພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ
ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ
ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ
ລວມທັງແຜນຜັງເມືອງເກົ່າ
ໃນຍຸກເລີ່ມຕົ້ນຂອງອານາຈັກຂະແມ (ເຊິ່ງຕໍ່ມາ ໄດ້ກາຍເປັນເມືອງບູຮານ), ເນື້ອທີ່ປະມານ 400 ເຮັກຕາ, ຢູ່ທາງຝັ່ງຂວາ (ຕາເວັນຕົກ) ຂອງແມ່ນໍ້າຂອງ. ນອກນັ້ນ
ຍັງມີແຫຼ່ງທີ່ຕັ້ງຂອງຊຸມຊົນແຫ່ງທີ 2
ໃນຍຸກສະໄໝອັງກໍວັດຢູ່
ທາງທິດໃຕ້ຂອງວັດພູ ໃນພື້ນທີ່ມໍລະດົກທາງດ້ານວັດທະນະທໍາຈໍາປາສັກ ຍັງມີສະຖານທີ່ບູຮານຄະດີອື່ນໆອີກ
ເຊັ່ນ: ໂຮງນາງສີດາ, ໂຮງທ້າວເຕົ່າ
ແລະ ວັດໂຕະໂໝະ
ທີ່ຕັ້ງຢູ່ທາງຕາ ເວັນອອກ ເບື້ອງຝັ່ງແມ່ນໍ້າຂອງ.
No comments:
Post a Comment