ພາກເໜືອ


ທົ່ງໄຫຫີນ

ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ. ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ. ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງສະດວກ ໃນເຂດໂພນສະຫວັນ ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທຸ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື:

  • ກຸ່ມທີ່ 1 ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ເມືອງຫລວງເກົ່າ ໄລຍະທາງປະມານ 7.5 ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດຕັ້ງຢູ່ໂນນພູທາງດ້ານຂວາມື ປາກໄຫຫັນໜ້າໄປທາງສະຫນາມບິນທົ່ງໄຫຫີນ ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍງາມອີກແຫ່ງໜຶ່ງເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫິນ ກອງບັນຊາການກອງທັບອາກາດລາວ ຕົວເມືອງໂພນສະຫວັນ ສ່ວນທາງດ້ານຂວາມືຈະມີຂັ້ນໄດປູນ ຍ່າງລົງໄປຍັງທົ່ງໄຫຫີນອີກຈຸດໜຶ່ງ ຊຶ່ງມີຫລາຍກວ່າໃນຈຸດຊົມວິວແຫ່ງນີ້ ຈາກຈຸດຊົມວິວໄປທາງຊ້າຍມືຈະເຫັນໄຫຫີນ ຈຳນວນນັບສິບໆໜ່ວຍ ວາງລຽງລາຍຢູ່ເຕັມທົ່ງຫຍ້າ ຖັດມາທາງດ້ານຊ້າຍມືຂອງທົ່ງໄຫຫີນ ຈະພົບຖ້ຳແຫ່ງໜຶ່ງ ມີແສງແດດສາດສ່ອງລົງມາ ພາຍໃນຖ້ຳມີລັກສະນະ ເປັນປ່ອງມີຄວາມສູງປະມານ 60 ແມັດ ລັກສະນະພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50-60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫລົບໄພສົງຄາມຂອງຊາວເມືອງຊຽງຂວາງ ຍາມເມື່ອເຮືອບິນ ມາຖິ້ມລະເບີດ ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ ເມື່ອສົງຄາມອິນດູຈີນທີ່ຜ່ານມາ ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວ ຈະພົບຮ່ອງຮອຍການຂຸດເປັນເດີ່ນ ເປັນແນວຍາວເພື່ອປ້ອງກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫລາຍຂຸມ ຕະຫລອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍອັນເປັນຜົນມາຈາກຝູງເຮືອບິນ ບີ 52 ຂອງອະເມຣິກາ
  • ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.
  • ກຸ່ມທີ່ 3 ກຸ່ມໄຫຫີນລາດຄ່າຍ ຢູ່ຖັດລົງມາຈາກກຸ່ມໄຫຫີນພູສະລາໂຕ ປະມານ 10 ກິໂລແມັດ ປະກອບດ້ວຍໄຫຫີນປະມານ 150 ໜ່ວຍ ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງທ້ອງນາຂອງ ບ້ານຊຽງດີ ຊຶ່ງຢູ່ເທິງໂນນພູໜ່ວຍຕໍ່ໄປ ໄດ້ຢ່າງຊັດເຈນ
ສະຖານທີ່ຕັ້ງ ຫ່າງຈາກເມືອງໂພນສະຫະຫວັນເມືອງຫລວງໃໝ່ ຂອງແຂວງຊຽງຂວາງປະມານ 5 ກິໂລແມັດ.

ປະຫວັດແຂວງຊຽງຂວາງ

ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກິໂລແມັດ ແລະ ຫ່າງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫລັບຊັບຊ້ອນຕາມເສັ້ນທາງຫມາຍເລກ 7 ໄປສິ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊິ່ງໃນຊ່ວງສົງຄາມອິນດູຈີນທາງເສັ້ນນີ້ເປັນເສັ້ນທາງຂົນສົ່ງກຳລັງ ລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ກະບວນການ ປະເທດລາວ ຈຶ່ງເປັນເຫດເຮັດໃຫ້ ອາເມຣິການຳເອົາຍົນຖິ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງຖືກເຜົາລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປປະເທດຫວຽດນາມສ່ວນຫນື່ງ ແລະ ໄປວຽງຈັນອີກສ່ວນຫນຶ່ງ ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງ ຈຶ່ງໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃຫມ່ຂື້ນ ໃສ່ຊື່ວ່າ ເມືອງແປກ ຫຼື ທີ່ຮູ້ຈັກກັນຄືໂພນສະຫວັນ
ໃນປີ ຄ.ສ 1970 ຫລື ເມື່ອປະມານ 30 ກວ່າປີທີ່ຜ່ານມາ ແຂວງຊຽງຂວາງ ເຄີຍເປັນສະໝໍລະພູມຮົບ ອັນດຸເດືອດນັບເທື່ອບໍ່ຖ້ວນ ໃນຍຸກສົງຄາມອິນດູຈີນ ຫລື ສົງຄາມຫວຽດນາມ ທີ່ຜ່ານມາ ອາດເພາະວ່າໃນອະດີດ ຊຽງຂວາງຄືຈຸດຍຸດທະສາດສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງຕະເວັນອອກສຽງເໜືອຂອງປະເທດ ຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ ແລະ ເມືອງໂພນສະຫວັນຊຶ່ງເປັນເມືອງຫລວງຂອງຊຽງຂວາງ ຂວາງຂ້າມສາຍພູອັນສະຫລັບຊັບຊ້ອນເທິງເສັ້ນທາງເລກທີ 7 ໄປສີ້ນສຸດທີ່ດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອ ຂອງປະເທດຫວຽດນາມໄລຍະທາງພຽງແຕ່ 130 ກິໂລແມັດ ຊຶ່ງໃນຊ່ວງສົງຄາມອິນດູຈີນ ເສັ້ນທາງສາຍນີ້ເຄຍໃຊ້ເປັນເສັ້ນທາງສົ່ງກຳລັງ ບຳລຸງລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ຂະບວນການປະເທດລາວ ຊຶ່ງໃນຂະນະນັ້ນເປັນພັນທະມິດກັນ ແລະ ເສັ້ນທາງສາຍນີ້ຈຶ່ງມີຊື່ຮຽກອີກຢ່າງໜຶ່ງວ່າ ເສັ້ນທາງໂຮ່ຈິມິນ ຍ້ອນວ່າຢູ່ໃກ້ຫວຽດນາມເໜືອ ເຮັດໃຫ້ຂະບວນການປະເທດລາວ ຕັດສິນໃຈຕັ້ງກອງບັນຊາການໃຫຍ່ ຂຶ້ນບ່ອນນີ້ກອງທັບອາກາດອະເມຣິກາ ຈຶ່ງສົ່ງເຮືອບິນ ຖິ້ມລະເບີດ ບີ 52 ເຂົ້າມາຖິ້ມລະເບີດປູພົມ ໝາຍທຳລາຍລ້າງຂະບວນການປະເທດລາວຢ່າງໜັກ ຫມູ່ບ້ານໃຫຍ່ນ້ອຍຫລາຍຮ້ອຍແຫ່ງ ຕະຫລອດຈົນວັດວາອາຮາມ ຖືກທຳລາຍເກືອບທັງໝົດ ສົ່ງຜົນໃຫ້ປະຊາຊົນ ແລະ ທະຫານຝ່າຍຂະບວນການປະເທດລາວຕ້ອງອົບຍົບເຂົ້າໄປຢູ່ຕົດຕາມຖ້ຳ ແລະ ຫຸບເຂົາທົ່ວໄປໃນແຂວງຊຽງຂວາງ ແລະ ຂ້າງຄຽງ. ໃນອະດີດໃນສະໄໝຊ່ວງທົດສະວັດທີ 1830 ແຂວງຊຽງຂວາງຖືກລວມເຂົ້າຢູ່ກັບຫວຽດນາມ ປະຊາຊົນຊຽງຂວາງ ໃນສະໄໝນັ້ນຖືກບັງຄັບໃຫ້ແຕ່ງກາຍ ແລະ ໃຊ້ຂະໜົບທຳນຽມຂອງຫວຽດນາມ ແຕ່ຄວາມຮັກອິດສະຫລະ ແລະ ເດັດດ່ຽວໃນຊາດພັນຂອງຕົນເອງ ເຮັດໃຫ້ຊາວແຂວງຊຽງຂວາງ ທຸກຄົນລຸກຮືຂຶ້ນຕໍ່ສູ້ ເພື່ອຮັກສາ ຄວາມເປັນອະທິປະໄຕຂອງຕົນເອງໄວ້ຢ່າງສຸດຄວາມສາມາດ ແຕ່ທ້າຍທີ່ສຸດຊາວແຂວງຊຽງຂວາງກໍບໍ່ອາດຕ້ານທານກຳລັງຈາກປະເທດເພື່ອນບ້ານຜູ້ຊົງອິດທິພົນ ໃນຂະນະນັ້ນ ຈຶ່ງຕົກເປ້ນເມືອງຂຶ້ນຂອງຫວຽດນາມຢູ່ຊົ່ວໄລຍະໜຶ່ງ. ສົງຄາມອິນດູຈີນ ໄດ້ຜ່ານພົ້ນໄປສາມສິບກວ່າປີແລ້ວ ແຕ່ບາດແຜ ແລະ ຮ່ອງຮອຍຈາກສົງຄາມ ຍັງຄົງຢູ່ ສະພາບຂອງສິ່ງເພພັງ ຂອງເມືອງຄູນ ເມືອງຫລວງເກົ່າຍັງຄົງມີຮ່ອງຮອຍໃຫ້ເຫັນຢູ່ໂດຍທົ່ວໄປ ຊຶ່ງຈາກຊາກເພພັງບາງແຫ່ງທາງລັດຖະບານລາວໄດ້ອະນຸລັກເອົາໄວ້ໃຫ້ຄົນລຸ້ນຫລັງໄດ້ ເຫັນເຖິງພິດໄພຂອງສົງຄາມ ທີ່ເກິດຂື້ນເມື່ອໃນອະດີດ ຮ່ອງຮອຍຂອງຂຸມລະເບີດຂະໜາດໃຫຍ່ ຈາກຝູງບິນ ບີ 52 ຂອງອະເມຣິກາ ຍັງຄົງມີໃຫ້ເຫັນຢູ່ທົ່ວໄປ ປະຈຸບັນໄດ້ຖືກດັດແປງໃຫ້ເປັນບໍ່ລ້ຽງປາໃນນາເຂົ້າ ຊາກຂອງລູກລະເບີດ ນ້ຳໜັກຫລາຍສິບໂຕນ ຖືກດັດແປງມາເປັນຮົ້ວເຮືອນ, ເສົາເຮືອນ, ຮາງເຂົ້າໝູ, ບ່ອນນັ່ງຫລິ້ນ, ເຕົາປິ້ງ ສຳລັບນັກທ່ອງທ່ຽວ.
ລັກສະນະພູມສັນຖານ ແຂວງຊຽງຂວາງຕັ້ງຢູ່ທາງພາກເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນ ທີ່ອຸດົມສົມບູນ ເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ 2820 ແມັດ.
ໂພນ​ສະ­ຫວັນ ຄ້າຍ­ຄື​ກັນ​ກັບສະ­ຫວັນ​ຂອງ​ຄົນ​ເມືອງ​ເຫນືອ ກໍ່​ວ່າ​ໄດ້ດຳ­ລົງ​ຊີ­ວິດ​ອາ­ໄສ​ຕາມທຳ​ມະ​ຊາດ​ໃນ​ເຂດ​ເນີນ​ພູ, ທົ່ງພຽງ​ລຽບ​ຕາມ​ລຳ​ນ້ຳ­ຂອງ ຫລື ຕາມ​ຈ້າຍ​ພູບວກ​ກັບ​ຄວາມ​ຈະເລີນ​ຮຸ່ງ­ເຮືອງ​ໃນ​ປະ­ຈຸ​ບັນ​ເຮັດໃຫ້​ບ່ອນ​ ດັ່ງ­ກ່າວ​ນີ້​ມີ​ໂສມ​ຫນ້າໃຫມ່​ປະ­ດັບ​ດິນ­ແດນ​ອິດ­ສະ­ຫລະສາຍ​ຖະ­ຫນົນ­ຫລວງ​ ຄົດ​ລ້ຽວ​ໂງເງ ຕາມ​ຮ່ອມ​ພູ, ສັນ­ພູ ໃນ​ປະ­ຈຸບັນ​ເຂດ​ທົ່ງ​ໄຫ​ຫີນ​ມີ​ອາ­ ກາດຫນາວ​ເຢັນ​ຕະ­ຫລອດ​ປີ ຖະ­ຫນົນສາຍ​ຫລັກ​ທີ່​ຄົດ​ລ້ຽວ ບ້ານ​ໂພນສະ­ຫວັນ ເບິ່ງ​ຄື​ກັນ​ກັບ​ວ່າ​ເປັນອານາ​ນິ­ຄົມ​ຂອງ​ປະ­ຊາ­ຊົນ​ໃນເຂດ​ນັ້ນ​ຍອຍ​ປ່າ​ ສົນ​ເປັນ​ສີ­ຂຽວປົກ​ຄຸມ​ເຮັດ​ໃຫ້​ຫມູ່​ບ້ານ​ດັ່ງ­ກ່າວ ມີ​ສີ­ສັນ​ຂຶ້ນ​ຕື່ມເປັນ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ຊ້ຳ​ແບບ​ກັບບ່ອນ​ ອື່ນ​ຂອງ​ແຂວງ ມັນ​ຍັງ​ມີ​ສະເຫນ​ຂອງ​ມັນ​ຢູ່​ໃນ​ຄວາມ​ລຽບງ່າຍ​ທີ່​ອຸ­ດົມ​ໄປ​ດ້ວຍ​ ປະ­ຫວັດສາດ​ທາງ​ດ້ານ​ວັດ­ທະ­ນະ­ທຳ ເຮົາ​ຈະ​ເຫັນ​ລູກ​ລະ­ເບີດ​ທີ່​ໃຊ້​ເປັນເສົາ​ຮົ້ວ​ບ້ານ ແລະ ເປັນ​ຮາງ​ໂຕ່ງນ້ຳ​ໃນ​ຍາມ​ຝົນໃນ​ເຂດ​ຊົນ​ນະບົດ.

ຫຼວງພະບາງ



ເຈົ້າໜ້າທີ່ປະຈໍາແຜນການທ່ອງທ່ຽວແຂວງຫຼວງພະບາງ ໄດ້ໃຫ້ການຢືນຢັນວ່າ ທາງ
ການແຂວງຫຼວງພະບາງ ໄດ້ວາງແຜນການ ຈັດການລົນນະລົງ ແລະຈັດກິດຈະກໍາ
ເປັນປະຈໍາທຸກເດືອນ ນັບຈາກເດືອນມີນານີ້ເປັນຕົ້ນໄປ ເພື່ອເປັນການສົ່ງເສີມປີການ
ທ່ອງທ່ຽວລາວ ໃນຕະຫຼອດປີ 2012 ແລະໃນສ່ວນທີ່ກ່ຽວຂ້ອງກັບການຈັດກິດຈະກໍາ
ຕ່າງໆນັ້ນ ກໍຍັງຈະເປັນການຈັດກິດຈະກໍາ ໃນລັກສະນະຂອງການມອບໝາຍໃຫ້ແຕ່ລະ
ເມືອງ ໝູນວຽນກັນເປັນເຈົ້າພາບ ໃນການຈັດງານຈົນກວ່າຈະຄົບທຸກເມືອງອີກດ້ວຍ.










ກິດຈະກໍາທີ່ທຸກໆເມືອງ ໃນທົ່ວແຂວງ​ຫລວງ​ພະ​ບາງ​ຈະຕ້ອງຮ່ວມກັນເປັນເຈົ້າພາບຈັດ​ ງານໃຫ້ໄດ້ຢ່າງຍິ່ງໃຫຍ່ນັ້ນ ກໍຄືບຸນສົງການ​ປີ​ໃໝ່ລາວໃນເດືອນ
ເມສາ ຊຶ່ງຈະມີການລົນນະລົງ ນັບຕັ້ງແຕ່ເດືອນມີນານີ້ເປັນຕົ້ນໄປ ດ້ວຍການຈັດເປັນກອງບຸນຜ້າປ່າສາມັກຄີ ທີ່ດໍາເນີນຄຽງຄູ່ກັນໄປກັບການສະເຫລີ​ມ
ສະຫລອງໃນໂອກາດທີ່ເມືອງມໍລະດົກ ໂລກຫຼວງພະບາງ ໄດ້ຖືກຄັດເລືອກໃຫ້ເປັນເມືອງອັນດັບ 1 ຂອງໂລກ ທີ່ນັກທ່ອງທ່ຽວຈາກທົ່ວໂລກ ຢາກຈະເດີນ
ທາງມາຢ້ຽມຢາມຫຼາຍທີ່ສຸດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ ໃນແຜນການທ່ອງທ່ຽວຂອງແຂວງຫຼວງພະບາງ ໄດ້ໃຫ້ການຊີ້ແຈງວ່າ:
ເປັນປີທີ່ຫົກແລ້ວ ທີ່ຫຼວງພະບາງເປັນເມືອງຍອດນິຍົມທີ່ໄດ້ຮັບລາງວັນ
ຈາກໜັງສືພິມ Wanderlust ກະສິຈັດການສະເຫຼີມສະຫຼອງໂຕນີ່ນີ້ແລ້ວ
ກະສິມີງານຊ່ວງເຮືອບໍ່ ແລ້ວເດືອນສີ່ ກະສິແມ່ນບຸນປີໃໝ່ລາວ ຖືວ່າທຸກ
ເດືອນຈະໃຫ້ມີກິດຈະກໍາເພື່ອໃຫ້ນັກທ່ອງທ່ຽວໄດ້ມາເບິ່ງມາຊົມ ແລ້ວ
ແຕ່ລະເມືອງກໍຈະຜັດປ່ຽນກັນຈັດຫຼາຍກິດຈະກໍາຂຶ້ນຢູ່.
ການຖືກເລືອກດັ່ງກ່າວເປັນຜົນມາຈາກການສໍາຫລວດຂອງ The Wanderlust ແຫ່ງ
ປະເທດອັງກິດ ຊຶ່ງເປັນວາລະສານການທ່ອງທ່ຽວຊັ້ນນໍາຂອງໂລກ ທີ່ໄດ້ເປີດໂອກາດ
ໃຫ້ບັນດາສະມາຊິກຂອງວາລະສານໃນທົ່ວໂລກ ໄດ້ເລືອກເອົາເມືອງທີ່ພວກຕົນຊົມ
ຊອບຫລາຍທີ່ສຸດ ຈາກທັງໝົດຫລາຍກວ່າ 1,000 ເມືອງໃນທົ່ວໂລກ ຊຶ່ງກໍປະກົດວ່າ ເມືອງມໍລະດົກໂລກຫຼວງພະບາງ ໄດ້ຮັບຄວາມນິຍົມສູງສຸດ ແລະພ້ອມກັນນັ້ນ ລາວ
ຍັງໄດ້ຖືກເລືອກ ໃຫ້ເປັນປະເທດ ອັນດັບທີ 6 ຂອງໂລກທີ່ນັກທ່ອງທ່ຽວຕ່າງປະເທດ ຢາກຈະເດີນທາງມາຢ້ຽມຢາມຫລາຍທີ່ສຸດ ໃນຕະຫລອດປີນີ້ອີກດ້ວຍ.
ເນື່ອງຈາກມີຜົນສໍາເລັດດັ່ງກ່າວ ປະກອບກັບໃນຕະຫຼອດປີ 2012 ນີ້ ກໍຍັງເປັນປີທ່ອງ
ທ່ຽວລາວ (Visit Lao Year) ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ ພະແນກການທ່ອງທ່ຽວຂອງ
ແຂວງຫຼວງບາງເຊື່ອໝັ້ນວ່າ ຈະມີນັກທ່ອງທ່ຽວທັ້ງທີ່ເປັນຄົນລາວ ແລະຊາວຕ່າງປະ
ເທດ ເດີນທາງເຂົ້າໄປໃນແຂວງຫຼວງພະບາງຫຼາຍກວ່າ 2 ລ້ານຄົນ ຢ່າງແນ່ນອນ.
ສໍາລັບຕະຫລອດປີ 2011 ທີ່ຜ່ານມາ ກໍປະກົດວ່າມີນັກທ່ອງທ່ຽວເກືອບ 1.9 ລ້ານຄົນ ທີ່ໄດ້ເດີນທາງເຂົ້າໄປທ່ອງທ່ຽວໃນແຂວງຫຼວງພະບາງ ໂດຍໃນຈໍານວນ
ດັ່ງກ່າວ ກໍເປັນຄົນລາວຫຼາຍກວ່າ1.6 ລ້ານຄົນ ແລະເປັນນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ274,500 ຄົນ ຊຶ່ງນອກຈາກ ຈະເພີ່ມຂຶ້ນຈາກປີ 2010 ຄິດ
ເປັນອັດຕາສະເລ່ຍທີ່ສູງກວ່າ 26% ແລະສ້າງລາຍຮັບໃຫ້ແກ່ພາກບໍລິການໃນແຂວງໄດ້ຫຼາຍກວ່າ 164 ລ້ານໂດລາແລ້ວ ກໍຍັງປະກົດວ່າມີນັກທ່ອງທ່ຽວຕ່າງ
ຊາດຈາກຫຼາຍໆ ປະເທດອີກດ້ວຍ ທີ່ພາກັນເດີນທາງເຂົ້າໄປໃນແຂວງຫຼວງພະບາງ.
ພິທີແຫ່ພະບາງໄປສົງທີ່ວັດຊຽງທອງໃນໂອກາດບຸນປີໃໝ່ລາວ
ສໍາລັບໃນຕະຫຼອດໄລຍະປີການທ່ອງທ່ຽວລາວ 2012 ນີ້ ທາງການແຂວງຫຼວງພະບາງຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 360,000ຄົນ ທີ່ເດີນທາງເຂົ້າໄປທ່ອງທ່ຽວໃນແຂວງຫຼວງພະບາງ ສ່ວນນັກທ່ອງທ່ຽວພາຍໃນປະເທດ ທີ່ເປັນຄົນລາວນັ້ນກໍເຊື່ອວ່າ ຈະມີຈໍານວນຫຼາຍກວ່າ2.1 ລ້ານຄົນ ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນແຂວງຫຼວງພະບາງຕະຫຼອດປີນີ້ ແລະກໍຈະເປັນຜົນເຮັດໃຫ້ພາກບໍລິການໃນແຂວງຫຼວງພະບາງມີລາຍຮັບເພີ່ມຂຶ້ນເປັນ
ຫຼາຍກວ່າ 175 ລ້ານໂດລາ ອີກດ້ວຍ.ໃນປະຈຸບັນນີ້ ແຂວງຫຼວງພະບາງມີສະຖານທີ່ທ່ອງທ່ຽວທັງໝົດ 220 ແຫ່ງໂດຍແບ່ງເປັນສະຖານທີ່ທ່ອງທ່ຽວດ້ານ
ວັດທະນະທໍາ 82 ແຫ່ງ, ສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ 32 ແຫ່ງ ແລະສະຖານທີ່ທ່ອງທ່ຽວທໍາມະຊາດ 106 ແຫ່ງ.


No comments:

Post a Comment