ຖ້ຳປະຫວັດສາດຜູ້ນຳ ເມືອງວຽງໄຊ ສ່ວນໃຫຍ່ຕັ້ງຢູ່ ພາຍໃນເທດສະບານເມືອງ ຈຶ່ງມີຄວາມສະດວກໃນການທ່ຽວຊົມ, ແຕ່ຖ້ຳຜູ້ນຳ ຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບການປັບປຸງ ດ້ານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກເຊັ່ນ:
ຖ້ຳທ່ານ ພູມີ ວົງວິຈິດ, ຖ້ຳທ່ານ ໄຟດ່າງ, ຖ້ຳທ່ານ ສີທົນ ກົມມະດຳ, ຖ້ຳທ່ານ ສີສົມພອນ ລໍວັນໄຊ, ຖ້ຳທູດຈີນ ແລະ ຖ້ຳທ່ານຜູ້ນຳອື່ນ.
ຖ້ຳທ່ານ ໄກສອນ ພົມວິຫານ
ຖ້ຳທ່ານ ໄກສອນ ພົມວິຫານ ຕັ້ງຢູເທດສະບານ ເມືອງວຽງໄຊ, ຖ້ຳທ່ານ ໄກສອນ ພົມວິຫານ ຊື່ວ່າ ຖ້ຳຜາຫານ, ທ່ານ ໄກສອນ ແລະ ຄອບຄົວ ເພິ່ນໄດ້ເຂົ້າມາຢູ່ຖ້ຳແຫ່ງນີ້ ໃນປີ 1964 - 1973 ໃນເວລານັ້ນ ທ່ານ ໄກສອນ ພົມວິຫານ ເປັນກົມການເມືອງສູນກາງພັກ, ເລຂາທິການໃຫ່ຍ ຂອງພັກປະຊາຊົນປະຕິວັດລາວ, ທັງເປັນນາຍຍົກລັດຖະມົນຕີ ຄົນທຳອິດຂອງລາວ. ລົດໃຫຍ່, ລົດຈັກ ສາມາດໄປມາສະດວກ, ມີຫ້ອງວາງສະແດງ ຮູບພາບ, ມີຫ້ອງຂໍ້ມູນ, ມີຫ້ອງນ້ຳ ແລະ ມີເຄື່ອງ Audio-Tour. ພາຍໃນເທດສະບານ ມີຕະຫຼາດ, ມີຮ້ານອາຫານ ແລະ ຮ້ານກິນດື່ມ.
ຖ້ຳທ່ານ ສຸພານຸວົງ
ຕັ້ງຢູ່ເທດສະບານ ເມືອງວຽງໄຊ. ຖ້ຳທ່ານ ສຸພານຸວົງ ຊື່ວ່າ ຖ້ຳປຸ່ງລວກໃຕ້ ທ່ານໄດ້ເຂົ້າໄປອາໄສຢູ່ຖ້ຳແຫ່ງນີ້ໃນປີ 1964 -1973. ແລະ ໄດ້ດຳລົງຕຳແໜ່ງ ເປັນກົມການເມືອງສູນກາງພັກ, ປະທານແນວລາວຮັກຊາດ. ລົດໃຫ່ຍ, ລົດຈັກສາມາດໄປມາສະດວກ, ມີເຄື່ອງ Audio-Tour. ພາຍໃນເທດສະບານ ມີຕະຫຼາດ, ມີຮ້ານອາຫານ, ຮ້ານກີິນດື່ມ ແລະ ມີຫ້ອງນ້ຳສາທາລະນະ.
ຖ້ຳທ່ານ ໜູຮັກ ພູມສະຫວັນ
ຕັ້ງຢູ່ເທດສະບານ ເມືອງວຽງໄຊ, ທ່ານ ໜູຮັກ ພູມສະຫັວນ ໄດ້ເຂົ້າໄປອາໄສຢູ່ຖ້ຳແຫ່ງນີ້ ໃນປີ 1964-1973 ແລະ ດຳລົງຕຳແໜ່ງ ເປັນກົມການເມືອງສູນກາງພັກ, ເປັນລັດຖະມົນຕີກະຊວງການເງີນ. ລົດໃຫ່ຍ, ລົດຈັກ ສາມາດໄປມາສະດວກ, ມີເຄື່ອງ Audio-Tour. ພາຍໃນເທດສະບານ ມີຕະຫຼາດ, ມີຮ້ານອາຫານ, ຮ້ານກີິນດື່ມ ແລະ ມີຫ້ອງນ້ຳສາທາລະນະ.
ຖ້ຳທ່ານ ພູມີ ວົງວິຈິດ
ຕັ້ງຢູ່ຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 200 ແມັດ. ຖ້ຳທ່ານ ພູມີ ວົງວີຈິດ ຊື່ວ່າຖ້ຳລວກຟາດ. ທ່ານໄດ້ເຂົ້າໄປອາໄສຢູ່ ຖ້ຳແຫ່ງນີ້ ໃນປີ 1964-1973 ເວລານັ້ນ, ທ່ານເປັນກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາ ແລະ ສາທາລະນະສຸກ. ລົດໃຫ່ຍ, ລົດຈັກສາມາດໄປມາສະດວກ, ມີເຄື່ອງ Audio-Tour.
ຖ້ຳທ່ານ ຄຳໄຕ ສີພັນດອນ
ຕັ້ງຢູ່ເທດສະບານ ເມືອງວຽງໄຊ, ຖໍ້າທ່ານ ຄຳໄຕ ສີພັນດອນ ຊື່ຖ້ຳຜາບ່ອງ, ທ່ານໄດ້ເຂົ້າໄປອາໄສຢູ່ ຖ້ຳແຫ່ງນີ້ ໃນປີ 1964 - 1973 ເວລານັ້ນ, ທ່ານເປັນກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ. ລົດໃຫ່ຍ, ລົດຈັກສາມາດໄປມາສະດວກ, ມີເຄື່ອງ Audio-Tour ແລະ ມີຫ້ອງນ້ຳ.
ຖ້ຳທ່ານ ສີສະຫວາດ ແກ້ວບຸນພັນ
ຕັ້ງຫ່າງຈາກເທດສະບານ ເມືອງວຽງໄຊ. ຖໍ້າທ່ານ ສີສະຫວາດ ແກ້ວບຸນພັນ ແມ່ນຖ້ຳກໍຄາຍ, ເພິ່ນໄດ້ໄປອາໄສຢູ່ຖ້ຳແຫ່ງນີ້ ໃນປີ 1964 -1973 ເວລານັ້ນ, ທ່ານເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ.
ຖ້ຳທ່ານ ສີທົນ ກົມມະດຳ
ຕັ້ງຢູ່ດ້ານຫຼັງ ຖ້ຳທ່ານ ພູມີ ວົງວິຈິດ, ຫ່າງຈາກເທດສະ ບານເມືອງວຽງໄຊ ປະມານ 200 ແມັດ. ລົດໃຫ່ຍ, ລົດຈັກ ສາມາດເຂົ້າໄປ ເຖິງບໍລິເວນຖ້ຳ.
ຖ້ຳທ່ານ ໄຟດ່າງ ລໍເບຼຍຢາວ
ຕັ້ງຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 2 ກິໂລແມັດ. ມີທາງລົດຜ່ານໜ້າຖ້ຳ. ຖ້ຳ ທ່ານ
ໄຟດ່າງ ລໍເບຼຍຢາວ ຊື່ຖ້ຳເງີິນ. ໃນປີ 1964-1973 ທ່ານ ໄຟດ່າງ ລໍເບຼຍຢາວ ເປັນກຳມະການ ແນວລາວຮັກຊາດ.
ຖ້ໍາທ່ານ ພູນ ສີປະເສີດ
ຖ້ໍາທ່ານ ພູນ ສີປະເສີດ
ຕັ້ງຢູ່ເທດສະບານ ເມືອງວຽງໄຊ. ສາມາດຍ່າງທ່ຽວຊົມໄດ້.
ຖ້ຳທ່ານ ພູນ ສີປະເສີດ ຊື່ຖ້ຳຍ່ອງຊອງ ເພິ່ນໄດ້ອາໄສຢູ່ຖ້ຳແຫ່ງນີ້ ໃນປີ 1964 -1965 ເຖິງປີ 1973 ເວລານັ້ນ ທ່ານເປັນກົມການເມືອງສູນກາງພັກ.
No comments:
Post a Comment